Pycreus polystachyos (Rottb.) Beauv. - CYPERACEAE - Monocotyledon

Basionym : Cyperus polystachyos Rottb.

Common name : bunchy sedge, field sedge.

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ

ດ້ານພຶກສາສາດ :

Description : ພືດບົກ ທີ່ມີອາຍຸ ຫລາຍປີ, ເປັນປະເພດຫຍ້າທີ່ມີ ປົ່ງເປັນກະຈຸກ . ລະບົບຮາກຝອຍ, ມີສີຂາວ ຫຼື ສີນ້ຳຕານ. ລຳມີຮູບສາມລ່ຽມ, ລຳ ແຂງ ແລະ ກ້ຽງ. ເປັນພືດທີ່ບໍ່ມີຫູໃບ. ໃບເປັນປະເພດໃບງ່າຍດາຍ, ໃບກ້ຽງບໍ່ແບ່ງຫລືວ້ຳ, ບໍ່ປະກອບມີກ້ານໃບ, ຮູບເສັ້ນຍາວ, ມີຂະໜາດໜ້ອຍກ່ວາ 2 ຊມ ຍາວ/ກ້ວາງ, ຂອບໃບກ້ຽງ, ປາຍໃບສ້ວຍ, ຖານໃບ ໂອບລຳ, ເສັ້ນກ່າງໃບຈັດຮຽງແບບຂະໜານ. ດອກຮ່ວມເພດ, ດອກ ໂຮມເປັນກຸ່ມຢູ່ປາຍ, ຊໍ່ດອກຮູບຄັນຮົ່ມ, ບໍ່ປະກອບມີກ້ານດອກ, ກີບດອກບໍ່ສັງເກດເຫັນ, ດອກສີ ເຫລືອງ ແດງ ຫລືສີນ້ຳຕານ, ບໍ່ມີກີບດອກ. ໝາກເປັນປະເພດໝາກແຫ້ງເປືອກແຂງ.

ດ້ານຊີວະສາດ :

ແຜ່ພັນດ້ວຍເມັດ

ການສືບພັນ :

ອອກດອກ ແລະ ເປັນໝາກຕະຫລອດປີ

ດ້ານລະບົບນິເວດ :

ພົບຕາມບ່ອນຊຸ່ມແລະ ແປນ, ຕາມບຶງ, ທົ່ງຫຍ້າ, ທົ່ງນາທີ່ຄາດໄຖປະໄວ້, ແຄມທາງ ແລະ ຕາມຕະຝັ່ງ

ການແຜ່ກະຈາຍ :

ແຜ່ຂະຫຍາຍຢູ່ອາເມລິກາກາງ ແລະອາເມລິກາໃຕ້, ຢູ່ອາຟລິກາ, ແຫລມໄອເບເຣຍ ແລະ ອິດຕາລີ; ອາຊີກາງ; ອິນເດຍ, ອາຊີຕາເວັນອອກສ່ຽງໃຕ້, ຈີນ, ຍີ່ປຸ່ນ, ເກົາຫລີ, ຟີລິບປິນ, ອິນໂດເນເຊຍ, ອົສເຕເລຍ ແລະໝູ່ເກາະປາຊີຟິກ

ເອກະສານອ້າງອິງ :
-Häfliger E., Scholz H. 1980. Grass Weeds 2. Documenta Ciba-Geigy. Switzerland.

Top of the page