Polygonum barbatum L. - POLYGONACEAE - Dicotyledon

Common name : jointweed, knotgrass, smart-weed.

Habit - © Juliana PROSPERI - CIRAD 2005 - 2006 Inflorescences - © Juliana PROSPERI - CIRAD 2005 - 2006 Leaf sheath - © Juliana PROSPERI - CIRAD 2005 - 2006 Leaf sheath detail - © Juliana PROSPERI - CIRAD 2005 - 2006 Leaf - © Juliana PROSPERI - CIRAD 2005 - 2006 Pubescent leaves - © Juliana PROSPERI - CIRAD 2005 - 2006 Leaf apex acute - © Juliana PROSPERI - CIRAD 2005 - 2006 Flowers grouped in spikes - © Juliana PROSPERI - CIRAD 2005 - 2006 Flowers and fruits - © Juliana PROSPERI - CIRAD 2005 - 2006 Hollow stems - © Juliana PROSPERI - CIRAD 2005 - 2006 Stem rooting at nodes - © Juliana PROSPERI - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ ຄວາມສຳຄັນດ້ານການກະເສດ ດ້ວຍທາງເຄມີ

ດ້ານພຶກສາສາດ :

Description : ພືດບົກ ຫລືພືດນ້ຳ ທີ່ມີອາຍຸ ຫລາຍປີ, ເປັນປະເພດຫຍ້າທີ່ມີ ເປັນປະເພດຫຍ້າມີລຳຕັ້ງຊື່, ຍາວເຖິງ 200 ຊມ, ຖ້າຂະຫຍາຍຕົວໃນນ້ຳ ຈະປົ່ງຮາກເກາະຕິດກັບພື້ນທີ່ ແລະປົງຮາກຕາມຂໍ້. ລະບົບຮາກຝອຍ, ມີສີຂາວ ຫຼື ສີນ້ຳຕານ. ລຳຕັ້ງຊື່ ຫລືເລືອ, ມີຮູບກົມ ແລະ ເປັນຮູ, ໜາຢູ່ບ່ອນຂໍ້ ລຳ ກ້ຽງ ຫລື ເປັນຂົນ. ເປັນພືດທີ່ມີຫູໃບ, ມີອະໄວຍະວະຄ້າຍກາບໃບທີ່ເປັນຂົນ. ໃບເປັນປະເພດໃບງ່າຍດາຍ, ໃບກ້ຽງບໍ່ແບ່ງຫລືວ້ຳ, ປົ່ງແບບສະຫລັບ, ປະກອບມີກ້ານໃບ, ມີຂະໜາດ ຫລາຍກ່ວາ 2 ຊມ ຍາວ/ກ້ວາງ, ໃບປົກຄຸມດ້ວຍຂົນທັງສອງດ້ານ, ຂອບໃບກ້ຽງ, ປາຍໃບສ້ວຍ, ຖານໃບ ສ້ວຍ ຫລືສ້ວຍມົນ, ເສັ້ນກ່າງໃບຈັດຮຽງແບບຂົນປີກນົກ. ດອກຮ່ວມເພດ, ດອກ ໂຮມເປັນກຸ່ມຢູ່ປາຍຂອງຊໍ່ດອກຮູບຮວງ, ປະກອບມີກ້ານດອກ, ກີບດອກບໍ່ສັງເກດເຫັນ, ດອກສີ ຂາວ ຫລືສີມ່ວງ. ໝາກເປັນປະເພດໝາກແຫ້ງເປືອກແຂງ.

ດ້ານຊີວະສາດ :

ແຜ່ຂະຫຍາຍພັນດ້ວຍເມັດ

ການສືບພັນ :

ອອກດອກຕະຫຼອດປີ.

ດ້ານລະບົບນິເວດ :

ຢູ່ບ່ອນນ້ຳຂັງທີ່ຕື້ນ, ໜອງ, ບຶງ, ຕາມຄອງ. ມັກຈະເປັນຊະນິດທີ່ອຸດົມສົມບູນ ແລະ ຢູ່ເປັນກຸ່ມ. ພົບຢູ່ເຂດທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລເຖິງ 800ມ, ພົບຕາມທົ່ງຮາບທີ່ມີນ້ຳຊົນລະປະທານ, ຕາມແຄມນາ.

ການແຜ່ກະຈາຍ :

ມີທົ່ວໄປໃນເຂດອົບອຸ່ນ ແລະ ເຂດໜາວ

ຄວາມສຳຄັນດ້ານການກະເສດ :

ເປັນພືດທີ່ມີຄວາມສຳຄັນໜ້ອຍ.

ດ້ວຍທາງເຄມີ :

ການຈັດການກ່ຽວກັບຫຍ້າ: ໃຊ້2,4-D( 0.8 ກີໂລກຣາມ ຕໍ່ນ້ຳ200ລິດ), ພົ່ນເບ້ຍທີ່ຍັງອ່ອນ ຫຼື ໃຊ້ 2,4 –DB ຈະປັບຕົວທົນທານຕໍ່ຢາຢ່າງໄວວາ

ເອກະສານອ້າງອິງ :
-Soerjani M., Kostermans A. J. G. H., Tjitrosoepomo G. 1987. Weeds of rice in Indonesia. Balai Pustaka. Jakarta.

Top of the page