Hypericum japonicum Thunb. ex Murray - HYPERICACEAE - Dicotyledon

Common name : Japanese- or matted- St. Johnswort.

Habit - © Pierre GRARD - CIRAD 2005 - 2006 Terminal flowers - © Pierre GRARD - CIRAD 2005 - 2006 Flowers with five petals - © Pierre GRARD - CIRAD 2005 - 2006 Opposite leaves - © Pierre GRARD - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ ຄວາມສຳຄັນດ້ານການກະເສດ ດ້ວຍວິທີປູກຝັງ ດ້ວຍທາງເຄມີ

ດ້ານພຶກສາສາດ :

Description : ເປັນພືດບົກທີ່ມີອາຍຸໜຶ່ງປີ ເປັນປະເພດຫຍ້າທີ່ມີລຳຕັ້ງຊື່, ສູງເຖິງ 40 ຊມ, ຮາກ ເປັນລະບົບຮາກຝອຍ ມີສີຂາວ ຫຼື ສີນ້ຳຕານ. ລຳຕັ້ງຊື່ ຫລືເລືອຕາມໜ້າດິນມ ມີຮູບສີ່ຫລ່ຽມ, ແຂງ ແລະ ກ້ຽງ. ເປັນປະເພດພືດທີ່ບໍ່ມີຫູໃບ. ໃບເປັນປະເພດໃບງ່າຍດາຍ, ຮູບໃບກ້ຽງບໍ່ແບ່ງ ຫລືວ້ຳ, ປົ່ງແບບກົງກັນຂ້າມ, ບໍ່ປະກອບມີກ້ານໃບ, ໃບມີຮູບໄຂ່, ມີຂະໜາດ ໜ້ອຍກ່ວາ 2 ຊມ ຍາວ/ກ້ວາງ, ໃບກ້ຽງທັງສອງດ້ານ, ແລະມີຈຸດຕາມແຜ່ນໃບ. ຂອບໃບກ້ຽງ, ປາຍໃບສ້ວຍມົນ, ຖານໃບຮູບຫົວໃຈ, ເສັ້ນກ່າງຈັດຮຽງແບບເສັ້ນຂະໜານ. ດອກຮ່ວມເພດ, ໂຮມກັນເປັນກຸ່ມ ຈຳນວນຫລາຍດອກ ຫລື ໜ້ອຍດອກຢູ່ປາຍຂອງຊໍ່ດອກແບບ ຊໍ່ກະຈຸກ, ປະກອບມີກ້ານດອກ, ກີບດອກມີ 5 ກີບ, ສີເຫລືອງ. ໝາກເປັນປະເພດໝາກແຫ້ງແຕກໄດ້ມີຫລາຍເມັດ, ແຕກອອກດ້ວຍ 3 ຝາວານ.
ແກ່ນ : ຮູບທໍ່, ອາດກົ່ງ, ມີກ່ານຂັ້ນນ້ອຍໆຕາມແນວຍາວ

ດ້ານຊີວະສາດ :

ແຜ່ພັນດ້ວຍເມັດ, ແຜ່ໄປດ້ວຍນ້ຳ ແລະ ນົກ

ການສືບພັນ :

ອອກດອກ ເດືອນ ພະຈິກ ຫາ ເດືອນກຸມພາ: ອອກ ໝາກ ເດືອນທັນວາ ຫາ ເດືອນ ມີນາ

ດ້ານລະບົບນິເວດ :

ເຂດຊຸ່ມ ຫລື ເບື່ອມນ້ຳ, ບວກ, ແຄມນ້ຳ ຫາບ່ອນແຫ້ງ, ແຄມທາງ, ແຄມຖະໜົນ, ແຄມທາງຍ່າງ, ບ່ອນມີແດດ, 0-3400ມ. ສູງຈາກໜ້ານ້ຳທະເລ; ບາງຄັ້ງ ມີຢ່າງອຸດົມສົມບູນ, ຕາມພື້ນທີ່ປູກເຂົ້າຢູ່ໂນນສູງ

ການແຜ່ກະຈາຍ :

ຈາກຍີ່ປຸ່ນ, ເກົາຫລີໃຕ້ ແລະ ຈີນຕາເວັນອອກສ່ຽງໃຕ້ ຫາ ໄຊລອນ; ອົສເຕເລຍ, ນິວຊີແລນ, ຮາວາຍ. Hypericum japonicum ເກີດທົ່ວໄປໃນມາເລເຊຍ, ອິນໂດຈີນ( ລາວ-ຫວຽດນາມ, ກຳປູເຈຍ) ແລະ ໄທ.

ຄວາມສຳຄັນດ້ານການກະເສດ :

ເປັນຫຍ້າທີ່ມີຄວາມສຳຄັນໜ້ອຍ, ເພາະເປັນພືດທີ່ອອ່ນ ແລະ ມີລະບົບຮາກທີ່ບໍ່ແຂງແຮງ

ດ້ວຍວິທີປູກຝັງ :

ຄວບຄຸມໄດ້ງ່າຍດ້ວຍມື ຫລືເຄື່ອງມື ແລະ ດ້ວຍການປູກຝັງ

ດ້ວຍທາງເຄມີ :

ໃຊ້ 2,4-D ໃນ 500 ກຣາມ/ແຮັກຕາ ຫລື Almix 4 ກຣາມ/ແຮກຕາ ຫລັງຈາກການງອກ

ການນຳໃຊ້ :
ໂດຍທົ່ວໄປ ເຊື່ອວ່າ Hypericum japonicum ມີປະຕິກິລິຍາແຮງ ແລະ ປົວພະຍາດໄດ້ ແລະ ມັນກໍຖືກນຳໃຊ້ປົວແຜພາຍນອກ ເຊັ່ນອາການບວມພອງ, ແຜໄຟໄໝ້, ຄໍບວມ, ໂລກຜີວໜັງຕ່າງໆ. ຢູ່ມາເລເຊຍ ກໍໃຊ້ປົວບາດແຜ. ຢູ່ ປາປົວກີນເນ ໃຊ້ປົວພາຍໃນ ເຊັ່ນ ນ້ຳຄັ້ນຂອງພືດປົນກັບຂິງ ແລະຂີ້ເທົ່າຂອງເກືອໃຊ້ເປັນຢາຕ້ານໄຂ້ມາເລເລຍ. ຢູ່ ຫວຽດນາມ ກໍໃຊ້ປົວພາຍໃນ ເຊັ່ນປົວພະຍາດກະເພາະ ແລະ ປົວພາຍນອກ ເຊັ່ນປົວບາດແຜຕ່າງໆ, ປົວຮອຍປິງ ແລະ ງູກັດ, ແລະ ປົວຫາຍໃຈຝືດ. ຢູ່ໃນຕຳລາຢາພື້ນເມືອງຈີນມັນຖືກນຳໃຊ້ປົວບາດແຜ, ປິງກັດ ແລະ ປົວພະຍາດຕິດເຊື້ອແບັກທີເຮັຍ, ພະຍາດຕັບ ແລະ ເນື້ອງອກ

ເອກະສານອ້າງອິງ :
-Lavit Kham. 2004. Medicinal plants of Cambodia.
-Soerjani M., Kostermans A. J. G. H., Tjitrosoepomo G. 1987. Weeds of rice in Indonesia. Balai Pustaka. Jakarta.
-Tavatchai Radanachaless, J.F.Maxwell. 1994. Weeds of soybean fields in Thailand. Multiple Cropping, Center Publications. Thailand.

Top of the page