Echinochloa colona (L.) Link - POACEAE - Monocotyledon

Basionym : Panicum colonum L.

Common name : awnless barnyard grass, jungle rice.

Habit - © Juliana PROSPERI - CIRAD 2005 - 2006 Habit - © Pierre GRARD - CIRAD 2005 - 2006 Inflorescence - © Pierre GRARD - CIRAD 2005 - 2006 Nodes glabrous - © Pierre GRARD - CIRAD 2005 - 2006 Spikes - © Pierre GRARD - CIRAD 2005 - 2006 Spikes detail - © Pierre GRARD - CIRAD 2005 - 2006 Rooting at nodes - © Pierre GRARD - CIRAD 2005 - 2006 Root system - © Juliana PROSPERI - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ ຄວາມສຳຄັນດ້ານການກະເສດ ດ້ວຍວິທີປູກຝັງ ຊີວະວິທະຍາ ດ້ວຍທາງເຄມີ

ດ້ານພຶກສາສາດ :

Description : ພືດບົກ, ເປັນປະເພດຫຍ້າທີ່ມີລຳເປັນກະຈຸກ ຕັ້ງຊື່, ປົ່ງຮາກຕາມຂໍ້. ຮາກເປັນລະບົບຮາກຝອຍ ມີສີຂາວ ຫຼືສີນ້ຳຕານ. ລຳ ແປ ແລະ ເປັນຂົນ. ເປັນປະເພດພືດທີ່ບໍ່ມີຫູໃບ. ໃບປົ່ງວຽນສະຫລັບ, ບໍ່ປະກອບມີກ້ານໃບ ໃບມີຮູບເສັ້ນຍາວ , ມີຂະໜາດໜ້ອຍກ່ວາ 2 ຊມ ຍາວ/ກ້ວາງ, ປາຍໃບສ້ວຍ, ຖານໃບໂອບເອົາລຳ, ເສັ້ນກ່າງໃບຈັດຮຽງແບບຂະໜານ. ໃບປະກອບມີກາບໃບ. ດອກຮ່ວມເພດ, ດອກໂຮມກັນເປັນກະຈຸກຢູ່ປາຍຂອງຊໍ່ດອກແບບຮູບຮວງ ຫລືເປັນພົ້ວຕັ້ງ , ບໍ່ປະກອບມີກ້ານດອກ, ດອກສີ ມ່ວງ ຫລື ສີນ້ຳຕານ ບໍ່ສັງເກດມີກີບດອກ, ໝາກເປັນປະເພດໝາກແຫ້ງແຕກເປືອກແຂງ

ດ້ານຊີວະສາດ :

ພືດຊະນິດນື້ສ່ວນຫລາຍແຜ່ພັນດ້ວຍເມັດ, ພືດຕົ້ນໜຶ່ງຜະລິດເມັດໄດ້ 3000-6000 ຊະນິດ. ມັນງອກໃນຊ່ວງລະດູຝົນ ຫລືເມື່ອມີນ້ຳຍຶ່ງຂື້ນ ແລະກໍຈະຕາຍໃນລະດູແລ້ງ. ການອອກດອກຈະມີຂື້ນ ໃນອາທິດທີ່ 3 ຫລືທີ່ 4 ຫລັງການງອກ ແລະຫລັງຈາກນັ້ນກໍເປັນໝາກທັນທີ, ໝາກຂະຫຍາຍຕົວສົມບູນປະກົດຂື້ນຫລັງຈາກນັ້ນ 45ວັນ

ການສືບພັນ :

ອອກດອກ ແລະອອກມາກຕະຫລອດປີ

ດ້ານລະບົບນິເວດ :

ພືດຊະນິດນີ້ປັບຕົວຂື້ນກັບຄວາມແຮງຂອງແສງແດດ ຫລືຮົ່ມເປັນບາງຄັ້ງຄາວ, ມັນຂະຫຍາຍຕົວໃນດິນຕົມ, ດິນຝຸຝູຍ ແລະດຶນໜຽວ. ມັນເຕີບໃຫ່ຍຕາມບ່ອນທີ່ລະບາຍນ້ຳໄດ້ດີ, ຕາມທົ່ງຫຍ້າບ່ອນຮາບພຽງ, ຕາມສວນຝາມຕ່າງໆ ອາດທັງແຫ້ງແລ້ງ ແລະປຽກຊຸ່ມ. ນີ້ເປັນຊະນິດຫຍ້າທີ່ກໍ່ບັນຫາຕໍ່ເຂົ້າຢູ່ເຂດເນີນສູງໃນທຸກກໍລະນີ, ມັນມັກເກີດຢູ່ບ່ອນທີ່ມີຄວາມສູງຈາກໜ້ານ້ຳທະເລໃນລະດັບຕ່ຳ ແຕ່ກໍສາມາດຢູ່ໄດ້ໃລະດັບເຖິງ 200ມ

ການແຜ່ກະຈາຍ :

ພືດຊະນິດນີ້ມີຕົ້ນກຳເນີດຈາກອິນເດຍ. ປັດຈຸບັນໄດ້ຂະຫຍາຍກ້ວາງໄປຫາເຂດອົບອຸ່ນ ແລະເຄິ່ງອົບອຸ່ນນັບທັງອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດອົບອຸ່ນຂອງອາຟລິກກາ.

ຄວາມສຳຄັນດ້ານການກະເສດ :

E. colona ເປັນຫຍ້າບໍ່ສຳຫລັບແຕ່ເຂົ້າແຕ່ເປັນຫຍ້າສຳຫລັບອອ້ຍ, ຝ້າຍ, ສາລີ ແລະອື່ນໆ ອີກດ້ວຍ. ມັນມັກປະກົດຂື້ນໃນຕົ້ນ ແລະ ທ້າຍຂອງລະດູການປູກຝັງ. ເນື່ອງຈາກມັນມີຄວາມຄ້າຍຄືກັບເຂົ້າ ມັນຈິ່ງຖືກນຳໄປຕົກກ້າໃນພື້ນທີ່ປູກພ້ອມກັບເຂົ້າ. ຫຍ້ານີ້ຈະຂະຫຍາຍຈຳນວນຢ່າງໄວ ແລະເປັນຕົວແກ້ງແຍ້ງຮຸນແຮງກັບເຂົ້າຖ້າຫາກບໍ່ມີການຈັດການກັບມັນຢ່າງດີກ່ອນ

ດ້ວຍວິທີປູກຝັງ :

.ການຄວບຄຸມດ້ວຍເຄື່ອງມີທຳມະດາຈະມີຄວາມຫຍຸ້ງຍາກໃນໄລຍະຕົ້ນຂອງການເຕີຍໃຫ່ຍ.

ຊີວະວິທະຍາ :

ຢູ່ຍີ່ປຸ່ນເຊື້ອໂລກ Exserohilum monoceras ໄດ້ຖີກປະເມີນເປັນຢາຂ້າຫຍ້າທາງຊີວະພາບທີ່ໃຊ້ຄວບຄຸມ ຊະນິ Echinochloa ໃນນາເຂົ້າ. ຢູ່ຟີລິປິນ ພົບ E. monoceras ທີ່ຂ້າເບ້ຍອອ່ນຂອງ E. colona ແຕ່ບໍ່ມີຜົນກະທົບຕໍ່ເຂົ້າ

ດ້ວຍທາງເຄມີ :

E. colona ສາມາດຄວບຄຸມໄດ້ດ້ວຍການໃຊ້ butachlor ໃນ1.5 ກີໂລກະຮາມ/ແຮັກຕາ kg a.I/ha, Anilophos ໃນ 400 ກະຮາມ/ແຮັກຕາ, Pretilachlor ໃນ 1.0 ກີໂລກະຮາມ/ແຮັກຕາ, Pendimethalin ໃນ 1.5 ກີໂລກະຮາມ/ແຮັກຕາ.

ເອກະສານອ້າງອິງ :
-Grard P., Le Bourgeois T., Merlier H. 1996. Adventrop - Doc V.1.1. Les adventices d’Afrique soudano-sahélienne. CD-Rom, Cirad-Ca. Montpellier, France.
-Galinato M., Moody K., Piggin C. M. 1999. Upland rice weeds of South and Southeast Asia. IRRI. Philippines.
-Nayyar M. M., Ashiq M. and Ahmad J. 2001. Manual on Punjab weeds (Part I). Directorate of Agronomy. Ayub Agricultural Research Institute, Faisalabad Pakistan.

Top of the page