Cyperus rotundus L. - CYPERACEAE - Monocotyledon

Common name : purple nutsedge, nutgrass.

Habit - © Juliana PROSPERI - CIRAD 2005 - 2006 Inflorescence - © Juliana PROSPERI - CIRAD 2005 - 2006 Flowers grouped in an umbel - © Juliana PROSPERI - CIRAD 2005 - 2006 Midrib visible - © Juliana PROSPERI - CIRAD 2005 - 2006 Tubers network - © Juliana PROSPERI - CIRAD 2005 - 2006 The tubers are the propagation organs - © Juliana PROSPERI - CIRAD 2005 - 2006 Young tuber - © Juliana PROSPERI - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ ຄວາມສຳຄັນດ້ານການກະເສດ ດ້ວຍວິທີປູກຝັງ ຊີວະວິທະຍາ ດ້ວຍທາງເຄມີ

ດ້ານພຶກສາສາດ :

Description : ເປັນພືດບົກທີ່ມີອາຍຸ ຫຼາຍປີ ເປັນປະເພດຫຍ້າທີ່ມີລຳເປັນກະຈຸກເລືອຕາມໜ້າດິນ, ປົ່ງຮາກຕາມຂໍ້. ຮາກເປັນລະບົບຮາກຝອຍ ມີສີຂາວ ຫຼືສີນ້ຳຕານ. ລຳຮູບສາມຫລ່ຽມ, ແຂງ ແລະ ກ້ຽງ. ເປັນປະເພດພືດທີ່ບໍ່ມີຫູໃບ. ໃບເປັນປະເພດໃບງ່າຍດາຍ, ຮູບໃບກ້ຽງບໍ່ແບ່ງ ຫລືວ້ຳ, ໃບປົ່ງແບບສະຫລັບວຽນຂື້ນຕາມລຳ, ບໍ່ປະກອບມີກ້ານໃບ ໃບມີຮູບຮ່າງເສັ້ນຍາວ, ມີຂະໜາດ 2 ຊມ ຍາວ/ກ້ວາງ, ຂອບໃບກ້ຽງ, ປາຍໃບສ້ວຍ, ຖານໃບໂອບເອົາລຳ. ເສັ້ນກ່າງໃບຈັດຮຽງແບບຂະໜານ. ໃບປະກອບມີກາບໃບ, ເປັນຮູມສາມຫລ່ຽມເມື່ອຜ່າຕັດຕາມລວງຂວາງ. ດອກຮ່ວມເພດ, ດອກໂຮມກັນເປັນກຸ່ມຢູ່ປາຍຂອງຊໍ່ດອກທີ່ມີຮູບຄັນຮົ່ມ, ບໍ່ປະກອບມີກ້ານດອກ, ດອກສີແດງ, ສີມ່ວງ ຫລື ສີນ້ຳຕານ, ບໍ່ສັງເກດມີກີບດອກ, ໝາກເປັນປະເພດໝາກແຫ້ງເປືອກແຂງ

ດ້ານຊີວະສາດ :

C. rotundus ເປັນພືດທີ່ມີອາຍຸໜຶ່ງປີ, ມັນແຜ່ຂະຫຍາຍພັນຕົ້ນຕໍດ້ວຍລະບົບຕາໜ່າງລຳຫົວຢູ່ໃຕ້ດິນທີ່ປະກອບເປັນຮາກຫົວ. ການແຜ່ຂະຫຍາຍອາດເກີດຂື້ນໃນຊ່ວງດຳເນີນການປູກຝັງ ເພາະຮາກຫົວກຽມພ້ອມທີ່ຈະຂາດອອກ ຊຶ່ງຊຸມທີ່ຢູ່ຕິດກັບໜ້າດິນຈະຂະຫຍາຍຕົວເປັນເບ້ຍອອ່ນ. ຮາກຫົວມີລະບົບຮາກທີ່ຂະຫຍາຍຕົວດີສາມາດຢັ່ງເລິກລົງດິນ. ການຈະຫຍາຍດ້ວຍເມັດດຳເນີນມີໜ້ອຍ.

ການສືບພັນ :

ອອກດອກ ແລະເປັນໝາກຕະຫລອດປີ

ດ້ານລະບົບນິເວດ :

C. rotundus ໄດ້ຖືກບັນທຶກໄວ້ ຫລາຍກ່ວາຫຍ້າຊະນິດອື່ນໆໃນຫລາຍໆປະເທດ, ຂົງເຂດ ແລະຫລາຍໆພື້ນທີ່. ມັນສາມາດພົບເຫັນໃນທຸກປະເພດດິນຈາກລະດັບນ້ຳທະເລຈົນເຖິງພູເຂົາສູງ. ມັນຂະຫຍາຍຕົວໃນບ່ອນຊຸ່ມແຕ່ລະບາຍນ້ຳໄດ້ດີ ແລະກໍຂະຫຍາຍຕົວຕາມປະເພດດິນແຫ້ງ ແລະອາກາດແຫ້ງແລ້ງ. ມັນບໍ່ຄ່ອຍທົນທານຕໍ່ຮົ່ມ ຊຶ່ງຈະເຮັດໃຫ້ຜົນຜະລິດຂອງຫົວ, ເນື້ອທີ່ຂອງໃບ ກໍຄືນ້ຳໜັກແຫ້ງຫລຸດລົງ. ມັນຈະມັກຢູ່ບ່ອນແດດ ຫລືທີ່ມີຮົ່ມເລັກນ້ອຍຕາມພື້ນທີ່ພືດປູກ.

ການແຜ່ກະຈາຍ :

ຢູ່ເຂດເຄິ່ງອົບອຸ່ນ

ຄວາມສຳຄັນດ້ານການກະເສດ :

Cyperus rotundus ຖືກບັນທຶກໄວ້ວ່າເປັນຫຍ້າສຳຫລັບ ພືດປູກ 52 ຊະນິດ ຢູ່ໃນ 92 ປະເທດ. ມັນພົບເຫັນໃນພື້ນທີ່ພືດປູກ, ແຄມທາງ, ແຄມປ່າ ແລະມັນອາດປົກຄຸມຕາມຄອງເໝືອງ ແລະແຄມນ້ຳ. ມັນສາມາດສ້າງບັນຫາໜັກໃຫ້ແກ່ນາເຂົ້າໃນທີ່ດິນນ້ຳແຫ້ງ. ໃນຊ່ວງທີ່ມີນ້ຳໜ້ອຍຫຍ້າແຫ້ວໝູອາດຂະຫຍາຍຕົວຂື້ນຕາມດິນແຫ້ງປົນຄຸມເຂົ້າ. ຫົວ ອາດຖືກຍົກຍ້າຍຫລືຝັງລົງໃນຕົມດ້ວຍຕີນຄົນ, ສັດ ຫລືຕິດໄປນຳເຄືອ່ງຈັກ ແລະມັນກໍສາມາດຖືກນຳໄປທີ່ອື່ນດ້ວຍນ້ຳເວລານ້ຳຖ້ວມ ຫລັງລົມພະຍຸ

ດ້ວຍວິທີປູກຝັງ :

ເນື່ອງຈາກມັນບໍ່ທົນຕໍ່ສະພາບຮົ່ມ ຈຶ່ງສາມາດຄວບຄຸມດ້ວຍການປູກພືດເປັນແຖວຖີ່, ມີລະດັບສູງ ແລະມີຄວາມໜາແໜ້ນເພື່ອເຮັດໃຫ້ເກີດມີຮົ່ມປົກຄຸມໜ້າດິນຢ່າງວອ່ງໄວ. ການຄວບຄຸມແບບພື້ນມືອງຢູ່ອິນເດຍຈະໃຊ້ໝູ. ໂດຍທົ່ວໄປ ໝູຈະກິນເສດພືດຜັກ ແລະ ກໍຊອກຫາກິນຕາມທົ່ງຫຍ້າເຮື້ອ. ເນື່ອງຈາກຫົວຂອງຫຍ້າແຫ້ວໝູອວບ ແລະຫວານໝູກໍຈະຊອກຫາກິນ. ໝູສາມາດ ດຸດເອົາຫົວຫຍ້າແຫ້ວໝູໄດ້ຈາກດິນແຂງແກ່ນ. ປົກກະຕິຈະປ່ອຍນ້ຳເຂົ້າ ແລ້ວຄາດໄຖ ແລ້ວກໍປ່ອຍໝູເຂົ້າໄປ. ໝູຕົວໜຶ່ງສາມາດ ຫາຫົວຫຍ້າໄດ້ປະມານ 2-4 ກີໂລກຣາມໃນມື້ໜຶ່ງ ແລະ ໝູ 60-70 ຕົວກໍສາມາດທຳລາຍຫົວຫຍ້າໃນໜື່ງແຮກຕາຕໍ່ມື້.

ຊີວະວິທະຍາ :

ພວກແມງບີ້ຫາກິນກາງຄືນ Bactra verutana ໄດ້ຖຶກປະເມີນວ່າເປັນຕົວຄວບຄຸມ C. rotundus ທາງຊີວະ. ແຕ່ຜົນຂອງການຄວບຄຸມຍັງຂື້ນກັບອາຍຸ ແລະ ສະພາວະຂອງພືດດ້ວຍ. ສາມາດໃຂ້ພວກແມງບີ້ຄຸມໄດ້ດີເມື່ອພືດເຕີບໃຫ່ຍໄດ້10-20ມື້ ແລະເຕີບໃຫ່ຍຢ່າງແຂງແຮງ.

ດ້ວຍທາງເຄມີ :

C. rotundus ຍາກທີ່ຈະທຳລາຍໃຫ້ໝົດໄດ້, ແຕ່ການຄວບຄຸມຈະໄດ້ດີ ກໍ່ຕໍ່ເມື່ອໃຊ້ຢາຂ້າຫຍ້າປະສົມປະສານກັບການຫລົກຫຍ້າ. ການນຳໃຊ້ 2-4-D ຊ້ຳຫລາຍຄັ້ງປະສົມກັບການປູກພືດ ສາມາດເຮັດໃຫ້ຫົວຂອງຫຍ້າຫລຸດລົງ. ນຳໃຊ້ 2-4-D 5ຄັ້ງພາຍໃນ 30 ມື້ໃນດິນທີ່ມີການຂຸດໄຖຈະສາມາດເຮັດໃຫ້ປະລິມານຫົວຫລຸດລົງເຖິງ 86%. ຢູ່ຕາມພື້ນທີ່ປູກເຂົ້າ ສາມາດຄວບຄຸມໂດຍການໃຊ້ຢາຂ້າຫຍ້າປະສົມ ປະສານກັບການນຳໃຊ້ 2 ກີໂລກຣາມ glyphosate ຕາມດ້ວຍ 2-4-D 1 ກີໂລກຣາມ ຕໍ່1 ແຮັກຕາ ຫລັງຫວ່ານ 20 ມື້.

ເອກະສານອ້າງອິງ :
-Le Bourgeois T., Jeuffrault E., Grard P., Carrara A. 2001. AdvenRun V.1.0. Les principales mauvaises herbes de La Réunion. CD-ROM. Cirad, SPV. France
-Holm L. G., Plucknett D. L., Pancho J. V., Herberger J. P. 1991. The world’s worst weeds. Distribution and Biology. East-West Center by the University Press. Hawaii.
-Galinato M., Moody K., Piggin C. M. 1999. Upland rice weeds of South and Southeast Asia. IRRI. Philippines.
-Radanachaless T., Maxwell J. F. 1994. Weeds of soybean fields in Thailand. Multiple Cropping Center Publications. Thailand.

Top of the page