Commelina diffusa Burm.f - COMMELINACEAE - Monocotyledon

Synonym : Commelina nudiflora auct. non L.

Habit - © Juliana PROSPERI - CIRAD 2005 - 2006 Ramification and leaf sheath - © Juliana PROSPERI - CIRAD 2005 - 2006 Flowers and bracts (spathe) - © Juliana PROSPERI - CIRAD 2005 - 2006 Flowers with three blue petals - © Juliana PROSPERI - CIRAD 2005 - 2006 Young fruits - © Juliana PROSPERI - CIRAD 2005 - 2006 Rooting at nodes - © Juliana PROSPERI - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ ດ້ວຍວິທີປູກຝັງ ຊີວະວິທະຍາ ດ້ວຍທາງເຄມີ

ດ້ານພຶກສາສາດ :

Description : ພືດບົກທີ່ມີອາຍຸໜຶ່ງປີ ຫຼື ຫຼາຍປີ, ເປັນປະເພດຫຍ້າທີ່ມີລຳເລືອຕາມໜ້າດິນ, ຍອດຕັ້ງຊື່, ມີລວງຍາວເຖິງ 100 ຊມ. ປົ່ງຮາກອອກຕາມຂໍ້ ເປັນປະເພດຮາກຝອຍ ເປັນສີຂາວ ຫຼືສີນ້ຳຕານ, ລຳກົມ, ແຂງ, ກ້ຽງ ແລະ ມີລັກສະນະອວບນ້ຳ. ເປັນປະເພດພືດທີ່ບໍ່ມີຫູໃບ, ໃບເປັນປະເພດແບບງ່າຍດາຍ, ໃບປົ່ງແບບສະຫຼັບວຽນຂຶ້ນຕາມລຳ, ບໍ່ປະກອບມີກ້ານໃບ, ໃບຮູບຫອກ, ຮູບຮີ ຫຼື ຮູບໄຂ່, ໃບກ້ຽງທັງສອງດ້ານ, ຂອບໃບກ້ຽງ, ໃບອວບນ້ຳ, ປາຍໃບສ້ວຍ, ກົກໃບປົ່ງໂອບລຳ, ເສັ້ນກ່າງໃບຈັດຮຽງແບບຂະໜານ. ປະກອບມີກາບໃບ, ຮູບມົນເມືອຜ່າຕັດຕາມລວງຂວາງ, ເປັນຂົນ, ບໍ່ປະກອບມີລີ້ນໃບ. ເປັນດອກຮ່ວມເພດ, ດອກໂຮມກັນຢູ່ປາຍຍອດ ຫຼື ປົ່ງອອກທາງດ້ານຂ້າງ, ຊໍ່ດອກປົກຫຸ້ມດ້ວຍໃບດອກຊ້ອນ, ເປັນປະເພດດອກດ່ຽວ ຫຼື ກຸ່ມດອກທີ່ມີຈຳນວນໜ້ອຍ, ດອກປະກອບມີກ້ານດອກ ສີຟ້າ, ກີບດອກມີ 3 ກີບ ອິດສະຫຼະ, ໝາກເປັນປະເພດໝາກແຫ້ງທີ່ມີເມັດຫຼາຍ, ເວລາແຕກປະກອບເປັນ 3 ຝາວານ
ແກ່ນ : ໃນໝາກແຫ້ງໜຶ່ງຈະມີ 5 ເມັດຊື່ງເປັນຮ່ອງຕາມເສັ້ນກາງເມັດ, ຮູບຍາວສີນ້ຳຕານ, ຍາວ 2-3 ຊມ
ການງອກ : ໃນທຳອິດຮູບຮີ, ຍາວ 2-3 ຊມ, ກ້ວາງ 1-2 ຊມ, ກ້ານໃບສັ້ນໆ, ແຜ່ນໃບກ້ຽງ, ເສັ້ນກ່າງໃບຈັດກໃບຈັດຮຽງແບບຂະໜານ ແລະ ຂອບບໍ່ເປັນຄື້ນ

ດ້ານຊີວະສາດ :

ເປັນພືດທີ່ມີອາຍຸໜຶ່ງປີ ຫຼື ຫຼາຍປີ, ມັນກະຈາຍດ້ວຍເມັດ ແລະ ດ້ວຍຊິ້ນສ່ວນຂອງລຳ

ການສືບພັນ :

ອອກດອກ ເດືອນພຶດສະພາ ຫາ ເດືອນທັນວາ, ອອກໝາກ ເດືອນກັນຍາ ຫາ ເດືອນກຸມພາ

ດ້ານລະບົບນິເວດ :

C. diffusa ເປັນພືດທີ່ພົບເຫັນທົ່ວໄປຕາມທົ່ງຫ້ຍາທີ່ມີຄວາມຊຸ່ມ, ຕາມຄອງເໜືອງ, ດິນເປົ່າຫ່ວາງ ແລະ ໃຕ້ຮົ່ມປ່າໄມ້ໄຜ່, ຕາມດິນທີ່ເປັນຕົມ ຫຼື ດິນຜຸຜຸ່ຍ, ທີ່ມີລະດັບສູງກ່ວາໜ້ານ້ຳທະເລແຕ່ 2.000ມ ຂຶ້ນໄປ.

ການແຜ່ກະຈາຍ :

ຂະຫຍາຍຢ່າງກ້ວາງຂວາງຕາມເຂດອົບອຸ່ນ, ເຄິ່ງອົບອຸ່ນ ແລະ ຕາມເຂດໜາວ

ດ້ວຍວິທີປູກຝັງ :

ມັນເປັນການຍາກທີ່ຈະຄວບຄຸມດ້ວຍການປູກຝັງເພາະວ່າມັນສາມາດຂະຫຍາຍຕົວຈາກສ່ວນນ້ອຍໆຂອງລຳ, ໂດຍທີ່ຕຽມພ້ອມທີ່ຈະປົ່ງຮາກອອກຕາມຂໍ້, ໃຊ້ວິທີ່ເອົາພືດທັງຕົ້ນເກາະຫ້ອຍໄວ້ເທິງໜ້າດິນ, ເພື່ອບໍ່ໃຫ້ຮາກປົ່ງຈະໄດ້ຮັບຜົນກ່ວາ

ຊີວະວິທະຍາ :

ການບັນທຶກກ່ຽວກັບສັດຕູຕໍ່ພືດຊະນິດນີ້ຍັງມີໜ້ອຍທີ່ສຸດ, ມີແຕ່ແມງສອງຊະນິດ (Amauromyza ແລະ (Liriomyza commelinae) ຈາກຕະກຸນ Diptera ທີ່ເປັນຕົວເຈາະໃບຂອງພືດຊະນິດນີ້.

ດ້ວຍທາງເຄມີ :

ໃຊ້ 2,4-D ໃນ 500 ກຣາມ/ເຮັກຕາ ຫຼື Almix 4 ກຣາມ /ເຮັກຕາ ຫຼັງຈາກພືດງອກ

ການນຳໃຊ້ :
ຢູ່ປີນັງຊູລາ, ມາເລເຊຍ ໃບໃຊ້ຢ່າງກ້ວາງຂວາງໃນການຟອກຮົມບັນເທົາອາການປວດ, ຢູ່ອິນໂດເນເຊຍໃຊ້ໃບ ແລະ ລຳເພື່ອເປັນຢາຄວບຄຸມປະຈຳເດືອນໃຫ້ເປັນປົກກະຕິ, ຢາງຂອງລຳ ໃຊ້ຟອກແຜອັກເສບ, ໃບກິນໄດ້, ສາມາດໃຊ້ແທນຜັກໄດ້ໃນບາງເຂດໃບອາດໃຊ້ເປັນເຄື່ອງດູດຊັບ ແລະ ເປັນເຄື່ອງສຳອາງ (H.Morita)ໃບຍັງໃຊ້ເປັນຢາເຮັດໃຫ້ລຸລູກ ແລະ ໃຊ້ເປັນຢາປົວແຜອັກ ເສບ

ໝານເຫດ :
Commelina diffusa ແຕກຕ່າງຈາກ Commelina benghalensis ດ້ວຍລັກສະ ນະ ປະກອບມີຂົນຕາມຂອບຂອງກາບໃບ ແລະ ໃບຊ້ອນດອກທີ່ກ້ຽງບໍ່ຕິດກັນ, ດອກມີກ້ານ ດອກ ຍາວ

Top of the page