Oldenlandia corymbosa L. - RUBIACEAE - Dicotyledon

Synonym : Hedyotis corymbosa (L.) Lamk.

Common name : diamond flower.

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ ຄວາມສຳຄັນດ້ານການກະເສດ ດ້ວຍວິທີປູກຝັງ

ດ້ານພຶກສາສາດ :

Description : ພືດບົກ ທີ່ມີອາຍຸ ໜຶ່ງ ປີ, ເປັນປະເພດຫຍ້າມີລຳຕັ້ງຊື່ ຫລືລຳເລືອ ປາຍຍອດຕັ້ງຊື່, ຍາວເຖິງ 50 ຊມ,. ລະບົບຮາກຝອຍ, ມີສີຂາວ ຫຼື ສີນ້ຳຕານ. ລຳ ມີຮູບສີ່ຫລ່ຽມ, ລຳແຂງ ແລະກ້ຽງ. ເປັນພືດທີ່ມີຫູໃບ ທີ່ມີຮູບແບ່ງເປັນບິ້ງໃບແຄບໆ. ໃບເປັນປະເພດໃບງ່າຍດາຍ, ຮູບໃບກ້ຽງບໍ່ແບ່ງ ຫລືວ້ຳ , ປົ່ງແບບກົງກັນຂ້າມ, ປະກອບມີກ້ານໃບ, ໃບຮູບເສັ້ນຍາວ, ຮູບໃບຫອກ ຫລື ຮູບຮີ, ປົກກະຕິມີຂະໜາດ ຫລາຍກ່ວາ 2 ຊມ ຍາວ/ກ້ວາງ, ໃບກ້ຽງທັງສອງດ້ານ, ຂອບໃບກ້ຽງ, ປາຍໃບສ້ວຍ, ຖານໃບ ສ້ວຍ, ເສັ້ນກ່າງມີພຽງເສັ້ນດຽວ. ດອກ ຮ່ວມເພດ, ດອກດ່ຽວ ຫລືໂຮມກຸ່ມຢູ່ຕາມດ້ານຂ້າງຂອງຊໍ່ດອກຮູບຊໍ່ກະຈຸກ, ອາດມີ ຫລືບໍ່ມີກ້ານດອກ, ກີບດອກ ມີ 4 ກີບ, ສີ ຂາວ. ໝາກເປັນປະເພດໝາກແຫ້ງແຕກມີຫລາຍເມັດ, ເວລາແຕກແບ່ງອອກຢູ່ປາຍ ຫລືແຕກເປັນຮູ.

ດ້ານຊີວະສາດ :

ແຜ່ຂະຫຍາຍພັນດ້ວຍເມັດ

ການສືບພັນ :

ອອກດອກຕະຫຼອດປີ.

ດ້ານລະບົບນິເວດ :

ພົບເຫັນຕາມບ່ອນມີແດດ, ບ່ອນທີ່ມີຄວາມຊຸ່ມພໍປານກາງ, ເປັນຕົ້ນດິນແຂງ ແລະ ດິນຫີນຕາມແຄມທາງ, ພື້ນກຳແພງ, ສວນ, ສະໝາມຫ້ຍາ, ທົ່ງທີ່ຄາດໄຖ, ມັກຈະເປັນຊະນິດທີ່ມີຄວາມອຸດົມສົມບູນ. ຢູ່ຕາມເຂດທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລເຖິງ1.500ມ, ຕາມທົ່ງນາທີ່ໃຊ້ນ້ຳຝົນ, ທົ່ງນາເນີນສູງ

ການແຜ່ກະຈາຍ :

ຢູ່ອາຊີ

ຄວາມສຳຄັນດ້ານການກະເສດ :

ເປັນປະເພດຫ້ຍາທີ່ມີຄວາມສຳຄັນໜ້ອຍ

ດ້ວຍວິທີປູກຝັງ :

ດ້ວຍເຄື່ອງມືທົ່ວໄປ

ເອກະສານອ້າງອິງ :
-Soerjani M., Kostermans A. J. G. H., Tjitrosoepomo G. 1987. Weeds of rice in Indonesia. Balai Pustaka. Jakarta.

Top of the page