Ammannia baccifera L. - LYTHRACEAE - Dicotyledon

Common name : acrid weed.

Habit - © Pierre GRARD - CIRAD 2005 - 2006 Fertile axis - © Pierre GRARD - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ ຄວາມສຳຄັນດ້ານການກະເສດ ດ້ວຍວິທີປູກຝັງ ດ້ວຍທາງເຄມີ

ດ້ານພຶກສາສາດ :

Description : ພືດບົກທີ່ມີອາຍຸໜຶ່ງປີ, ເປັນປະເພດຫຍ້າທີ່ມີລຳຕັ້ງຊື່, ສູງເຖິງ 60 ຊມ. ຮາກ ແກນ ມີສີຂາວ ຫຼື ສີນ້ຳຕານ. ລຳ ມີຮູບສີ່ຫລ່ຽມ, ແຂງ ແລະ ກ້ຽງ. ເປັນພືດທີ່ບໍ່ມີຫູໃບ. ໃບເປັນປະເພດໃບງ່າຍດາຍ, ຮູບໃບກ້ຽງບໍ່ແບ່ງ ຫລືວ້ຳ , ປົ່ງແບບກົງກັນຂ້າມ, ບໍ່ປະກອບມີກ້ານໃບ, ໃບຮູບໃບຫອກ, ມີຂະໜາດ ໜ້ອຍກ່ວາ 2 ຊມ ຍາວ/ກ້ວາງ, ຂອບໃບກ້ຽງ, ປາຍໃບສ້ວຍ ຫລືສ້ວຍມົນ, ຖານຮູບຫົວໃຈ ຫລືຮູບສ້ວຍມົນ, ເສັ້ນກ່າງໃບມີແຕ່ເສັ້ນດຽວ. ດອກຮ່ວມເພດ, ດອກໂຮມກັນເປັນກຸ່ມຢູ່ດ້ານຂ້າງຂອງຊໍ່ດອກຮູບກ້ອນກົມ, ບໍ່ປະກອບມີກ້ານດອກ, ດອກສີ ແດງ,ມ່ວງ ຫລື ສີມ່ວງຊ້ຳ, ບໍ່ສັງເກດມີກີບດອກ. ໝາກເປັນປະເພດໝາກແຫ້ງແຕກມີຫລາຍເມັດ, ແຕກຕາມລວງຂວາງແບບບໍ່ປົກກະຕິ.

ດ້ານຊີວະສາດ :

ແຜ່ຂະຫຍາຍພັນດ້ວຍເມັດ

ການສືບພັນ :

ອອກດອກເດືອນພຶດສະພາ ຫາ ເດືອນພະຈິກ. ອອກໝາກ ເດືອນກໍລະກົດ ຫາເດືອນພະຈິກ

ດ້ານລະບົບນິເວດ :

ພົບໃນເຂດນ້ຳຖ້ວມ ຫຼື ເຂດທີ່ຊຸ່ມທີ່ມີລະດັບສູງຈາກໜ້ານ້ຳທະເລ 0-1200ມ, ພົບຕາມທົ່ງນາ

ການແຜ່ກະຈາຍ :

ຢູ່ແຖບເຂດອົບອຸ່ນຂອງອາເມລິກາ ແລະ ອາຊີ

ຄວາມສຳຄັນດ້ານການກະເສດ :

ອາດເປັນການທຳລາຍ ຫຼ ືອັນຕະລາຍໃນນາເຂົ້າເປັນຕົ້ນໃນເວລາທີ່ເລີ່ມແຫ້ງ

ດ້ວຍວິທີປູກຝັງ :

ອາດຫຸ້ຍງຍາກເນື່ອງຈາກສາມາດຂະຫຍາຍຕົວຈາກສ່ວນທີ່ຖືກຕັດຖາງ

ດ້ວຍທາງເຄມີ :

ໃຊ້ 2,4-Dໃນອັດຕາສ່ວນສູງ, ໃຊ້ MCPA ບໍ່ຄ່ອຍໄດ້ຮັບຜົນ, ໃຊ້ຢາຂ້າສັດຕູພືດເຊັ່ນ oxadiazon, ທາດປະສົມຂອງ propanill ກັບ oryzalin, nitralin ຫຼື butachlor

ການນຳໃຊ້ :
ຢູ່ອິນເດຍໃຊ້ໃບເພື່ອຫຼຸດຜ່ອນສັນຊາດຕະຍານທາງເພດຂອງສັດ

ເອກະສານອ້າງອິງ :
-Soerjani M., Kostermans A. J. G. H., Tjitrosoepomo G. 1987. Weeds of rice in Indonesia. Balai Pustaka. Jakarta.

Top of the page