Ageratum conyzoides L. - ASTERACEAE - Dicotyledon

Common name : tropical ageratum.

Habit - © Pierre GRARD - CIRAD 2005 - 2006 Opposite leaves - © Pierre GRARD - CIRAD 2005 - 2006 Leaves margin coarsely dentate - © Pierre GRARD - CIRAD 2005 - 2006 Hairy stem and leaves - © Pierre GRARD - CIRAD 2005 - 2006 Inflorescence - © Pierre GRARD - CIRAD 2005 - 2006 Flowers grouped in heads - © Pierre GRARD - CIRAD 2005 - 2006 One inflorescence may have 50 to 70 flowers - © Pierre GRARD - CIRAD 2005 - 2006 Terminal inflorescence  - © Pierre GRARD - CIRAD 2005 - 2006 Blue flowers  - © Pierre GRARD - CIRAD 2005 - 2006 Root system - © Pierre GRARD - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ ຄວາມສຳຄັນດ້ານການກະເສດ ດ້ວຍວິທີປູກຝັງ ດ້ວຍທາງເຄມີ

ດ້ານພຶກສາສາດ :

Description : ພືດບົກທີ່ມີອາຍຸໜຶ່ງປີ, ເປັນປະເພດຫຍ້າທີ່ມີລຳເລືອຕັ້ງຊື່, ມີລວງສູງເຖິງ 120 ຊມ. ຮາກແກນເປັນສີຂາວ ຫຼືສີນ້ຳຕານ, ລຳກົມ, ແຂງ ແລະ ເປັນຂົນ. ໃບເປັນປະເພດໃບງ່າຍດາຍ, ຮູບໃບກ້ຽງ ບໍ່ແບ່ງເປັນບິ້ງ ຫຼື ວ້ຳ, ປົ່ງແບບກົງກັນຂ້າມ, ໃບ ຮູບໄຂ່, ມີກ້ານໃບ, ,ເປັນຂົນທັງສອງດ້ານ ຫລືດ້ານດໜຶ່ງ, ຂອບເປັນແຂ້ວຕື້ນ, ປາຍໃບສ້ວຍ, ຖານໃບຮູບມົນ ຫລືຮູບຕັດ. ເສັ້ນກ່າງໃບຈັດຮຽງແບບຂົນປີກນົກ, ດອກຮ່ວມເພດ, ດອກໂຮມກັນເປັນກະຈຸກແໜ້ນຢູ່ຖານດອກ, ຊໍ່ດອກຮູບຫົວມົນ ດອກປະກອບດ້ວຍຫລອດດອກເທົ່ານັ້ນ, ບໍ່ມີກ້ານດອກ, ດອກສີຂາວ ຫລື ສີຟ້າ, ກີບດອກມີ 5 ກີບ. ໝາກເປັນປະເພດໝາກແຫ້ງບໍ່ແຕກ, ສັງເກດ ມີຂົນປີກໝາກ

ດ້ານຊີວະສາດ :

ແຜ່ຂະຫຍາຍພັນດ້ວຍເມັດ, ຊຶ່ງເມັດກະຈາຍໄປດ້ວຍລົມ ແລະ ນ້ຳ

ການສືບພັນ :

ອອກດອກຕະຫຼອດປີ ແລະ ມີເມັດຫຼາຍປະມານ 40.000ເມັດ/ຕົ້ນ

ດ້ານລະບົບນິເວດ :

ຢູ່ເຂດຊຸ່ມກ່ວາດິນກະເສດ. ຢູ່ດິນຫ່ວາງເປົ່າ, ແຄມທາງ, ເຂດປູກຝັງທົ່ວໄປ, ໄຮ່ເຂົ້າ, ເຂດທີ່ມີລະດັບສູງຈາກໜ້ານ້ຳທະເລ 3.000ມ

ການແຜ່ກະຈາຍ :

ຢູ່ທົ່ວໄປໃນເຂດອົບອຸ່ນ ແລະ ເຄິ່ງອົບອຸ່ນ

ຄວາມສຳຄັນດ້ານການກະເສດ :

ອາດເປັນຕົວສ້າງບັນຫາໃນດິນປູກຝັງຫຼັງຈາກທີ່ທຳລາຍໝົດແລ້ວ.

ດ້ວຍວິທີປູກຝັງ :

ອາດຄວບຄຸມໄດ້ງ່າຍດ້ວຍມື ຫຼື ຈົກ ຊ້ວນ ໃນເວລາພືດຍັງອ່ອນ

ດ້ວຍທາງເຄມີ :

ໃຊ້ 2,4-D ຄວບຄຸມເບ້ຍອ່ອນ, ໃຊ້ MCPA ແລະ ສານຄວບຄຸມການເຕີບໃຫ່ຍຊະນິກອື່ນໆໃນພືດປູກ

ການນຳໃຊ້ :
ຊະນິດນີ້ບາງຄັ້ງຄາວຖືກນຳໃຊ້ເປັນຢາສະມຸນໄພ

ເອກະສານອ້າງອິງ :
-Marita I.G., Keith Moody, Colin M. Piggin. 1999. Upland Rice Weeds of Southeast Asia, IRRI.
-Soerjani M., Kostermans A. J. G. H., Tjitrosoepomo G. 1987. Weeds of rice in Indonesia. Balai Pustaka. Jakarta.

Top of the page