Aeschynomene aspera L. - FABACEAE - Dicotyledon

Common name : Indian- or harsh- jointvetch.

Habit - © Juliana PROSPERI - CIRAD 2005 - 2006 Stem apex showing alternate leaf  - © Juliana PROSPERI - CIRAD 2005 - 2006 Stipules - © Juliana PROSPERI - CIRAD 2005 - 2006 Articulated pod - © Juliana PROSPERI - CIRAD 2005 - 2006 Flower - © Juliana PROSPERI - CIRAD 2005 - 2006 Flower detail - © Juliana PROSPERI - CIRAD 2005 - 2006 Stem with bacterial nodules - © Juliana PROSPERI - CIRAD 2005 - 2006 Stem under water - © Juliana PROSPERI - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ ຄວາມສຳຄັນດ້ານການກະເສດ ດ້ວຍວິທີປູກຝັງ ຊີວະວິທະຍາ

ດ້ານພຶກສາສາດ :

Description : ເປັນພືດບົກ ຫລື ພືດນ້ຳທີ່ມີອາຍຸຫລາຍປີ, ເປັນປະເພດພືດພຸ່ມຕ່ຳທີ່ມີລຳຕັ້ງຊື່ ບາງສ່ວນຈົມໃນນ້ຳ, ສູງເຖິງ 200 ຊມ. ຮາກ ເປັນລະບົບຮາກແກນ ຫລື ຮາກຝອຍ, ມີສີຂາວ ຫຼື ສີນ້ຳຕານ, ປົ່ງຮາກເກາະຕິດກັບພື້ນທີ່ໃຕ້ນ້ຳ. ລຳ ມີຮູບກົມ, ມີຕຸ່ມຕາມລຳ, ລຳແຂງ, ກ້ຽງ ຫລື ເປັນຂົນ ແລະມັກຈະພົບມີ ສປອງຈີ ພາເຮນຄີມາ ຢູ່ກົກລຳ (ໃຕ້ພື້ນນ້ຳ). ເປັນພືດທີ່ມີຫູໃບ ທີ່ເປັນຮູບສາມຫລ່ຽມ ແລະກ້ຽງ. ໃບເປັນປະເພດໃບສັບສົນ, ໃບຍ່ອຍຈັດຮຽງແບບຂົນປີກນົກສອງຊັ້ນ, ໃບໃຫ່ຍຈັດຮຽງແບບສະຫລັບ, ປະກອບມີກ້ານໃບ, ໃບຍ່ອຍກ້ຽງທັງສອງດ້ານ ແ ະມີແປ້ງຂາວປົກຄຸມດ້ານລຸ່ມຂອງໃບ,. ຂອບໃບກ້ຽງ, ປາຍໃບສ້ວຍມົນ, ຖານໃບຮູບ ສ້ວຍມົນ ຫລື ມົນ , ເສັ້ນກ່າງໃບເສັ້ນກ່າງໃບຈັດຮຽງແບບຂະໜານ. ດອກຮ່ວມເພດ, ດອກໂຮມກັນເປັນກຸ່ມຢູ່ໃນຊໍ່ດອກຮູບຮວງຕັ້ງຈ່າງ, ປະກອບມີກ້ານດອກ, ກີບດອກມີ 5 ກີບ, ສີເຫລືອງ. ໝາກ ປະເພດເປັນຝັກ ທີ່ມີຂໍ້ສຊັດເຈນ.
ແກ່ນ : ສີນ້ຳຕານຫາສີດຳ, ເປັນເງົາເຫຼື້ອມ, ຮູບໝາກໄຂ່ຫຼັງ. ມີຂະໜາດ2-2,5 x 3-3,5ມມ, ປະ ກອບມີແພຫຼໍ່ລ້ຽງ

ດ້ານຊີວະສາດ :

Aeschynomene aspera ແຜ່ກະຈາຍດ້ວຍເມັດ ແລະ ລຳ. ເມັດມີໄລຍະຟັກຕົວ ແລະ ເປືອກຫຸ້ມເມັດທີ່ແຂງປ້ອງກັນບໍ່ໃຫ້ເມັດງອກໄດ້ງ່າຍ, ມັນຈຳເປັນຕໍ່ຄວາມຊຸ່ມສູງ ຫຼື ຕ້ອງມີສະ ພາບນ້ຳຖ້ວມສຳຫຼັບການງອກ, ແຕ່ລະດັບນ້ຳນິ້ງເຖິງ 2ຊມ ກໍ່ສາມາດສະກັດກັ້ນການເຕີບໃຫ່ຍ ຂອງເບ້ຍອ່ອນ, ສາມາດໃຊ້ອະໄວຍະວະບຳລຸງລ້ຽງເພື່ອແຜ່ພັນໂດຍໃຊ້ລຳທີ່ຕັດອອກພ້ອມກັບ ຕາຮາກ, ເວລາໝາກສຸກຈະເຮັດໃຫ້ໃບ ແລະ ລຳແຫ້ງມີສີເຫຼືອງຊຶ່ງບົ່ງບອກເຖິງການສິ້ນສຸດ ຂອງວົງຈອນການເຕີບໃຫ່ຍ

ການສືບພັນ :

ອອກດອກ ແລະ ອອກໝາກຕະຫຼອດປີ

ດ້ານລະບົບນິເວດ :

A. aspera ພົບໃນເຂດທີ່ມີລະດັບຄວາມສູງຈາກກ່ວາໜ້ານ້ຳທະເລ 0 - 900 ມ, ຢູ່ໃນເຂດອົບອຸ່ນທີ່ມີລະດູແລ້ງ ແລະ ລະດູຝົນຈະແຈ້ງ, ເປັນພືດບຸກເບີກໃໝ່ ຂອງ ເຂດດິນ ຊຸ່ມ ຫຼືດິນທາມຢູ່ທັງນ້ຳ ແລະ ບົກ, ມັນຂະຫຍາຍຕົວໃນເຂດກ້ວາງຈາກດອນຊາຍ ຫາ ເຂດດິນທີ່ມີ ຫ້ຍາປົກຄຸມ, ຕາມແຄມທະເລ ແລະ ແຄມປ່າຊາຍເລນ

ການແຜ່ກະຈາຍ :

A. aspera ເຊື່ອກັນວ່າຈະກົກເຄົ້າມາຈາກຊາຮາຣາ ອາຟຣິກກາ ລະຫ່ວາງ Senegal ແລະ Sudan, ມັນແຜ່ກະຈາຍກ້ວາງໃນດິນຮາບພຽງຂອງພາກຕາເວັນຕົກ, ພາກກາງ ແລະ ຕາເວັນອອກສ່ຽງເໜືອຂອງອາຟຣິກກາ. ໃນປີ 1986 ມັນໄດ້ນຳເຂົ້າມາໃນຟີລິບປິນ ແລະ ແຕ່ນັ້ນມາໄດ້ເຕີບໃຫ່ຍຂະຫຍາຍຕົວໄປຫາອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້

ຄວາມສຳຄັນດ້ານການກະເສດ :

ເປັນຫ້ຍາທີ່ມີຄວາມສຳຄັນໜ້ອຍ.

ດ້ວຍວິທີປູກຝັງ :

ຄວບຄຸມດ້ວຍມື.

ຊີວະວິທະຍາ :

ໄດ້ມີການບັນທຶກກ່ຽວກັບພະຍາດ ແລະ ສັດຕູພືດບາງຊະນິດ, ແບັກທີເຮຍເຮັດ ໃຫ້ໃບຫຼົ່ນຊຶ່ງມີຜົນກະທົບຕໍ່ມວນຊີວະໃນບາງເຂດ, ຕົວອ່ອນຂອງ Lepidopterous ຊະນິດ Eurema lecabe ກິນໃບຂອງ A. indica.

ການນຳໃຊ້ :
ໃນຕຳລາຢາພື້ນເມືອງຂອງກຳປູເຈຍໃບອ່ອນ ແລະ ດອກໃຊ້ບໍລິໂພກໃນສະລັດ ແລະ ໃຊ້ເປັນຢາຟອກ, ຍອດອ່ອນ ແລະ ໃບໃຊ້ເປັນຢາປົວລິດສີດວງໃນກຸ່ມຄົນໃຊ້ແຮງງານ. ຄວາມ ອາດສາມາດໃຊ້ A. aspera ຍັງເປັນແຫຼ່ງໄນໂຕຼເຈນໃຫ້ນາເຂົ້າທີ່ຫາກໍ່ໄດ້ຮັບຮູ້ໃນປະຈຸບັນ. ໃນຊ່ວງທ້າຍປີ 1980 ໄດ້ມີການທົດລອງໃຊ້ເປັນຝຸ່ນຂຽວກ່ອນຫ່ວານກ້າ, ຫຼັງຈາກນັ້ນຊາວນາໃນ ອາຊີ ຕາເວັນອອກສ່ຽງໃຕ້ກໍ່ໄດ້ນຳໃຊ້ເປັນບາງຄັ້ງຄາວ

ເອກະສານອ້າງອິງ :
-AICAF. 1997. Weeds in the tropics. Association for International Cooperation of Agriculture and Forestry, Japan.


Top of the page