Trianthema portulacastrum L. - AIZOACEAE - Dicotyledon

Common name : horse purslane.

Habit - © Pierre GRARD - CIRAD 2005 - 2006 Prostrate axis - © Pierre GRARD - CIRAD 2005 - 2006 Stem fleshy and finely pubescent - © Pierre GRARD - CIRAD 2005 - 2006 Opposite and unequal leaves   - © Pierre GRARD - CIRAD 2005 - 2006 Leaves - © Pierre GRARD - CIRAD 2005 - 2006 Ramification detail - © Pierre GRARD - CIRAD 2005 - 2006 The fruit is a capsule - © Pierre GRARD - CIRAD 2005 - 2006 Open fruit with seeds - © Pierre GRARD - CIRAD 2005 - 2006 Open fruit with seeds - © Pierre GRARD - CIRAD 2005 - 2006 Seeds - © Pierre GRARD - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ ດ້ວຍວິທີປູກຝັງ ຊີວະວິທະຍາ ດ້ວຍທາງເຄມີ

ດ້ານພຶກສາສາດ :

Description : ເປັນພືດບົກ ທີ່ມີອາຍຸ ໜຶ່ງປີ, ເປັນປະເພດຫຍ້າເລືອ, 40 ຊມ. ຮາກແກນ ມີສີຂາວ ຫຼື ສີນ້ຳຕານ. ລຳ ເລືອ, ຮູບກົມ, ແຂງ, ເປັນຂົນ ແລະ ອວບນ້ຳ. ເປັນພືດທີ່ມີຫູໃບ. ໃບເປັນປະເພດໃບງ່າຍດາຍ, ໃບກ້ຽງ, ປົ່ງແບບກົງກັນຂ້າມ, ແລະ ມີຂະໜາດຕ່າງກັນທີ່ສຸດ ( ກ້ານໃບໃຫ່ຍ, ແຕ່ໃບນ້ອຍ), ປະກອບມີກ້ານໃບ, ກ້ຽງທັງສອງດ້ານ, ຂອບໃບກ້ຽງ, ປາຍໃບມົນ ຫລື ເປັນແຂ້ວ,, ຖານໃບສ້ວຍ, ກົມ ຫລື ມົນ, ເສັ້ນກ່າງໃບຈັດຮຽງ ແບບຂົນປີກນົກ. ດອກຮ່ວມເພດ, ດອກດ່ຽວ ຫລື ໂຮມເປັນກຸ່ມດ້ວຍຈຳນວນໜ້ອຍ ອອກຕາມທາງຂ້າງ, ບໍ່ປະກອບມີ ກ້ານດອກ, ກີບດອກ ມີ 5 ກີບ, ສີຂາວ, ສີມ່ວງ, ສີບົວ. ໝາກເປັນປະເພດໝາກແຫ້ງແຕກມີຫລາຍເມັດ.
ແກ່ນ : ຮູບໄຂ່ຫຼັງ, ດ້ານຫຼັງຈະມີຫອນ, ມີຂະໜາດເສັ້ນລັດສະໝີ 2 ມມ, ເປືອກຫຸ້ມນອກຮູບທໍ່, ສີແດງ, ສີນ້ຳຕານ ຫາ ສີດຳ
ການງອກ : ໃບລ້ຽງຮູບຮີ, ຮູບຫອກ ທີ່ມີຂະໜາດບໍ່ເທົ່າກັນ ບິ້ງໜຶ່ງຍາວ 12 – 16ມມ , ກ້ວາງ 3 – 4ມມ ບິ້ງທີ່ສອງຍາວ 10 – 12 ມມ, ກ້ວາງ 2 - 3 ມມ, ບໍ່ມີຂົນ ແລະ ເນື້ອ

ດ້ານຊີວະສາດ :

Trianthema portulacastrum ກະຈາຍພັນດ້ວຍເມັດແລະດ້ວຍສິ້ນສ່ວນຂອງລຳທີ່ກະ ຈາຍໄປໂດຍການຕັດຖາງຢ່າງງ່າຍດາຍ. ມີສອງຊະນິດຂອງ T. portulacastrum ກຳເນີດຢູ່ອິນ ເດຍ. ການບັນຍາຍກ່ຽວກັບຊະນິດແມ່ນອິງໃສ່ລັກສະນະສີແດງຂອງຕົ້ນທີ່ມີຂະໜາດໃຫ່ຍ ແລະ ລຳສີແດງທີ່ມີປ້ອງຍາວ ມີໃບຊ້ອນດອກສີຂຽວ ແລະ ມີກີບດອກສີຂາວ. ຊະນິດສີແດງຈະມີຄວາມຫລາກຫລາຍ ແຕ່ຊະນິດສີຂຽວຈະປະກົດເຫັນໄວກ່ວາໃນຕົ້ນ ລະດູ.

ການສືບພັນ :

ອອກດອກ ເດືອນ ມິຖຸນາ ຫາ ເດືອນຕຸລາ, ອອກໝາກ ເດືອນ ກໍລະກົດ ຫາ ເດືອນ ທັນວາ

ດ້ານລະບົບນິເວດ :

T. portulacastrum ເປັນພືດທີ່ຂະຫຍາຍຢູ່ທົ່ວໄປ, ໂດຍບໍ່ຮູ້ທີ່ມາຂອງຖິ່ນດັ້ງເດີມ ແລະ ໄດ້ຂະຫຍາຍຕົວກ້ວາງຂວາງໃນອາຊີຕາເວັນອອກສ່ຽງໃຕ້, ເຂດອົບອຸ່ນຂອງທະວີບອາເມລິກາ ແລະ ອາຟລິກກາ. ສັງເກດເຫັນທົ່ວໄປຈາກແຄມທະເລ, ຕາມເຂດດິນຊາຍ, ດິນຕົມຕາມແຄມ ທະເລ, ເຂດທີ່ມີຄວາມສູງຈາກລະດັບໜ້ານ້ຳທະເລ 800ມ. ຢູ່ອິນເດຍທັງສີແດງ ແລະ ສີຂຽວ ຂະຫຍາຍຕົວດີຢູ່ໃຕ້ຮົ່ມ ແລະ ຢູ່ ດິນທີ່ມີຄວາມເປັນກົດ-ດ່າງປານກາງ ຫາ ເຄັມທີ່ມີສານອົງຄະ ທາດຕ່ຳ. ຈຳພວກໜຶ່ງຂະຫຍາຍຕົວຢູ່ບ່ອນແດດ ແລະ ເຂດແຫ້ງແລ້ງ, ຕາມແຄມທາງ, ເຂດດິນ ຊຸ່ມ ຫຼື ຕາມຮົ້ວສວນ

ການແຜ່ກະຈາຍ :

T. portulacastrum ຂະຫຍາຍຕົວດີຢູ່ເຂດອົບອຸ່ນ, ສ່ວນຫຼວງຫຼາຍຢູ່ເຂດ ອາຊີ ຕາເວັນອອກສ່ຽງໃຕ້, ສ່ວນຫຼາຍມັກຈະຢູ່ເຂດແຫ້ງແລ້ງ, ເຂດພູສູງ, ແຄມທາງ, ໃນກຳ ປູເຈຍ, ພົບເຫັນຕາມບ່ອນຂີ້ເຫື້ຍອທັບຖົມທົ່ວໄປ

ດ້ວຍວິທີປູກຝັງ :

ອາດມີຄວາມຫຍຸ້ງຍາກ ໃນ ການຄວບຄຸມດ້ວຍການຕັດການຖາງ ເພາະ ມັນສາມາດຂະ ຫຍາຍຕົວຈາກສິ້ນສ່ວນລຳໄດ້

ຊີວະວິທະຍາ :

Gibbago Trianthemae ເປັນສານກໍ່ໃຫ້ເກີດຈຸດໆຕາມໃບຂອງ T. portulacastrum ໄດ້ຖືກສະກັດແຍກອອກຈາກພືດທີ່ຕິດເຊື້ອເກັບຈາກລັດ ເທັກສາຊ ສະຫະລັດ ອາເມລິກາ. ພືດ ທີ່ຖືກຜົ່ນດ້ວຍຄໍນິເດຍຈະຕາຍພາຍໃນ 9 ວັນ. ໃນການສຶກສາຕົວກາຝາກ, ເຊື້ອ ຣາເປັນພະຍາດຕໍ່ T. portulacastrum. ເຊື້ອຣາຊະນິດນີ້ອາດນຳໃຊ້ເປັນສານ ຄວບ ຄຸມດ້ານຊີວະສາດ ຕໍ່ພືດຊະນິດນີ້

ດ້ວຍທາງເຄມີ :

ໃຊ້ Propanil 2 ກິໂລກຣາມ/ເຮັກຕາ, ໃຊ້ສອງຄັ້ງ, ຫຼັງຈາກຕົ້ນເຂົ້າງອກ ຫຼື ໃຊ້ 2-4-D 500 ກຼາມ/ແຮັກຕາ ຫຼື Almix 400 ກຼາມ/ແຮັກຕາ

ການນຳໃຊ້ :
ສ່ວນທີ່ນຳໄຊ້: ທັງໝົດຕົ້ນພືດ
ສານທີ່ບັນຈຸ: Punarnative ແລະ trianthenol
ໃຊ້ເປັນຢາສະໜູນໄພ :ໃຊ້ພືດຕາກແຫ້ງບົດເປັນແປ້ງ, ໃຊ້ເປັນຢາປົວເຈັບຄໍ ແລະ ເປັນສານຕ້ານ ເຊື້ອຣາ, ຕົ້ມຂ້ຽວສ່ວນຮາກແລ້ວໃຊ້ເປັນຢາຂັບປະຈຳເດືອນ, ຖ້າໃຊ້ປະລິມານສູງຈະເປັນຢາເຮັດ ໃຫ້ເກີດລຸລູກ. ການສຶກສາປະຈຸບັນຍັງຄົ້ນພົບຄວາມອາດສາມາດເປັນຢາປົວຕັບອີກດ້ວຍ, ໃບເປັນ ຢາຂັບປັດສະວະ ແລະ ເປັນຢາຕ້ານເປັນໜອງ, ພະຍາດຕາເຫຼືອງ, ຍ່ຽວຢັດ. ການຕົ້ມ ຂ້ຽວທັງ ຕົ້ນໃຊ້ເປັນຢາຂ້າແມ່ທ້ອງ ແລະ ໃຊ້ປົວປະດົງຂໍ້, ເຈັນກ້າມເນື້ອ, ເຈັນປວດ ເສັ້ນເອັນ, ພືດນີ້ຍັງ ໃຊ້ເປັນຢາລົດຄວາມເປັນພິດຂອງເຫຼົ້າ, ໃບພືດສົດໃຊ້ ສຳຫຼັບຟອກແຜ. ຢູ່ໄນຈີເລຍໃບແກ່ໃຊ້ເປັນ ຢາປົວຍ່ຽວຢັດ, ຢູ່ Gabon ຝຸ່ນບົດຂອງພືດນີ້ໃຊສຳຫຼັບພະຍາດທາງອະໄວຍະວະເພດ

ໝານເຫດ :
ແກ່ນເມື່ອຕົກໃສ່ອາຫານ ຫຼື ພືດເມັດຊະນິດອື່ນໆຈະເປັນອັນຕະລາຍ, ພືດຊະນິດນີ້ມີ ຄຸນຄ່າເປັນແຫຼ່ງສານອົງຄະທາດ ເພາະບັນຈຸມີໄນໂຕຼເຈນ, ກາລີ ແລະ ຟົດສະຟໍສູງ

ເອກະສານອ້າງອິງ :
-Galinnato M., Moody K., Piggin C.M 1999. Upland rice weeds of south and Southeast Asia IRRI. Philippines.
-Radanachaless T., Maxwell J.F.1994. Weeds of soybean fields in Thailand. Multiple Cropping Center Publications. Thailand.

Top of the page