Cynodon dactylon (L.) Pers. - POACEAE - Monocotyledon

Basionym : Panicum dactylon L.

Synonym : Cynodon arcuatus C. Presl, C.parviglumis Ohwi

Common name : Bermuda grass, couch grass.

Habit - © Juliana PROSPERI - CIRAD 2005 - 2006 Digitate raceme - © Juliana PROSPERI - CIRAD 2005 - 2006 Raceme with four or five axis - © Juliana PROSPERI - CIRAD 2005 - 2006 Ligule membranous and hairy - © Juliana PROSPERI - CIRAD 2005 - 2006 Flowers detail  - © Juliana PROSPERI - CIRAD 2005 - 2006 Stems and leaves - © Juliana PROSPERI - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ ຄວາມສຳຄັນດ້ານການກະເສດ ດ້ວຍວິທີປູກຝັງ ດ້ວຍທາງເຄມີ

ດ້ານພຶກສາສາດ :

Description : ພືດບົກທີ່ມີອາຍຸໜຶ່ງ ຫລືຫລາຍປີ ເປັນປະເພດຫຍ້າທີ່ມີລຳເປັນກະຈຸກ, ບໍ່ປົ່ງຮາກຕາມຂໍ້. ຮາກເປັນລະບົບຮາກຝອຍ ມີສີຂາວ ຫຼືສີນ້ຳຕານ. ລຳ ກົມ , ມີຮູກາງ ຫລື ແຂງ, ກ້ຽງ. ເປັນປະເພດພືດທີ່ບໍ່ມີຫູໃບ. ໃບເປັນປະເພດໃບງ່າຍດາຍ, ປົ່ງວຽນສະຫລັບ, ບໍ່ປະກອບມີກ້ານໃບ ໃບມີຮູບຮ່າງເສັ້ນຍາວ, ມີຂະໜາດໜ້ອຍກ່ວາ 2 ຊມ ຍາວ/ກ້ວາງ, ຂອບໃບກ້ຽງ, ປາຍໃບສ້ວຍ, ຖານໃບໂອບເອົາລຳ, ເສັ້ນກ່າງໃບຈັດຮຽງແບບຂະໜານ. ໃບປະກອບມີກາບໃບ. ດອກຮ່ວມເພດ, ດອກໂຮມກັນເປັນກະຈຸກຢູ່ປາຍຂອງຊໍ່ດອກແບບຮູບຮວງຕັ້ງຈ່າງ , ບໍ່ປະກອບມີກ້ານດອກ, ດອກສີຂຽວ ບໍ່ສັງເກດມີກີບດອກ, ໝາກເປັນປະເພດໝາກແຫ້ງແຕກເປືອກແຂງ

ດ້ານຊີວະສາດ :

ເປັນພືດທີ່ມີອາຍຸ ໜຶ່ງປີ. ມັນຜະລິດເມັດ ໄດ້ໜ້ອຍ ແຕ່ສາມາດຢູ່ລອດຈາກການຈົມນ້ຳໄດ້ເຖິງ 50 ວັນ. ການງອອກຂອງເມັດອາດເກີດຂື້ນໄດ້ຕະຫລອດປີຖ້າຄວາມຊຸ່ມຫາກພຽງພໍ. ມັນແຜ່ຂະຫຍາຍດ້ວຍເມັດ ເປັນສ່ວນໜ້ອຍ ແຕ່ຕົ້ນຕໍດ້ວຍຊິ້ນສ່ວນຕັດຂາດອອກ, ດ້ວຍໜໍ່ອອ່ນ ແລະດ້ວຍລຳໃຕ້ດິນ ກໍຄືລຳເຫງົ້າ ທີ່ຂະຫຍາຍຕົວເລິກຢູ່ໃນດິນ.

ການສືບພັນ :

ອອກດອກ ອອກໝາກ ຕະຫລອດປີ

ດ້ານລະບົບນິເວດ :

ເປັນພືດທີ່ມີຖິ່ນກຳເນີດຈາກ ເຂດອົບອຸ່ນອາຟລິກກາ ຫລື ອິນໂດ-ມາເລເຊຍ ແລະ ອິນເດຍ. ປັດຈຸບັນມັນຂະຫຍາຍໄປຢ່າງກ້ວາງຂວາງທົ່ວເຂດອົບອຸ່ນ, ເຄິ່ງເຂດອົບອຸ່ນ ແລະ ເຂດໜາວຂອງໂລກ. ມັນອາດຂະຫຍາຍຕົວຕາມເຂດຕ່າງໆ, ມີທົ່ວໄປຕາມພື້ນທີ່ປູກເຂົ້າຢູ່ເນີນສູງ, ບ່ອນຊຸ່ມ ແຕ່ບໍ່ຖ້ວມນ້ຳ, ພື້ນທີ່ ທ່ີຖືກລົບກວນປະຈຳ. ພືດນີ້ປັບຕົວໃນຂອບເຂດກ້ວາງຂອງປະເພດດິນຕ່າງໆ ມັນມັກດິນຊາຍ, ດິນຕົມ ແລະດິນທີ່ລະບາຍນ້ຳໄດ້ດີ.

ການແຜ່ກະຈາຍ :

ມີທົ່ວໄປຕາມເຂດອົບອຸ່ນ, ເຄີ່ງອົບອຸ່ນ ແລະ ສ່ວນໃດໜື່ງຂອງເຂດໜາວ.

ຄວາມສຳຄັນດ້ານການກະເສດ :

C. dactylon ເປັນຫ້ຍາທີ່ມີບັນຫາຫລາຍໃນພື້ນທີ່ກະສິກຳ ຊຶ່ງໄດ້ຖືກບັບທຶກໄວ້ໃນ 80 ປະເທດ ໃນ 40 ພືດປູກແຕກຕ່າງກັນ ເຊັ່ນ ເຂົ້າ, ອອ້ຍ, ສາລີ, ສວນອາງຸ່ນ, ແລະ ສວນພືດປູກອື່ນໆ. ລເຫງົ້າ ອາດຢູ່ເລິກເຖິງ 1 ມຫລື ຫລາຍກ່ວານັ້ນ, ສິ່ງດັ່ງກາວເຮັດໃຫ້ມັນສາມາດຂະຫຍາຍກ້ວາງ ແລະ ໜັ້ນຄົງຢູ່ຕາມເງື່ອນໄຂຕ່າງໆ. ຕາດ່ຽວໆ ຫລື ລຳເຫົ້ງາ ຊິ້ນສ່ວນໜຶ່ງອາດຂະຫຍາຍເປັນໜໍ່ອອ່ນໄດ້. ຢູ່ ບັງກລາເດຊ ມັນສາມາດ ເຮັດໃຫ້ຜົນຜະລິດເຂົ້າຫລຸດລົງເຖິງ 50%.

ດ້ວຍວິທີປູກຝັງ :

ເບ້ຍອອ່ນສາມາດ ທຳລາຍໄດ້ງ່າຍແຕ່ອະໄວຍະວະທີ່ແຊກຊ້ອນໃນດິນຍາກ ທີ່ຈະ ທຳລາຍໝົດໄດ້. ພືດມີລຳໃຕ້ດິນທີ່ເລືອຕາມໜ້າດິນ ອາດຄວບຄຸມມັນໄດ້ດ້ວຍການປູກພືດເປັນປະຈຳ ແລະດ້ວຍການລົກຫຍ້າອອກເພື່ອກັນການປົ່ງຮາກ. ພາກສ່ວນລຳເຫົ້ງາອາດຄວບຄຸມໄດ້ຍາກ. ການປູກພືດລະດູແລ້ງຕໍ່ເນື່ອງອາດມີຜົນຕໍ່ລຳເຫົ້ງາທີ່ຖືກພິກຂື້ນເທິງໜ້າດິນ ແລະອາດຕາຍຍ້ອນຄວາມແລ້ງ. ສະນັ້ນຈິ່ງຈຳເປັນຕ້ອງໃຊ້ລົດຕຣັກເຕີພື່ອຂຸດໄຖດິນເລື້ອຍໆເພື່ອທຳລາຍລຳເຫງົ້າຢູ່ເລິກໃນດິນ

ດ້ວຍທາງເຄມີ :

ໃຊ້ glyphosate (ໄກລໂກໂຝສເຟສ) ໃສ່ໃນພື້ນທີ່ທີ່ບໍ່ທັນປູກພືດ ສາມາດຄວບຄຸມ C. dactylon ໄດ້ຮັບຜົນ ຕາມພື້ນທີ່ປູກເຂົ້າເນີນສູງ

ໝານເຫດ :
ລັກສະນະສະເພາະຂອງພືດຊະນິດນີ້ແມ່ນລີ້ນໃບທີ່ເປັນ ວົງຂອງຂົນຂາວຢ່າງຊັດເຈນ; ກາບດອກຫຍ້າ ທີ່ມີ ວົງຂອງຂົນຢູ່ທີ່ ລິ້ນດອກ; ແລະມັກມີ ສີນ້ຳຕານ ຫາສີຂຽວ ຂອງຕົວໃບ

ເອກະສານອ້າງອິງ :
-Galinato M., Moody K., Piggin C. M. 1999. Upland rice weeds of South and Southeast Asia. IRRI. Philippines.
-Holm L. G., Plucknett D. L., Pancho J. V., Herberger J. P. 1991. The world’s worst weeds. Distribution and Biology. East-West Center by the University Press. Hawaii.
-Merlier H., Montégut J. 1982. Adventices Tropicales. Flore aux stades plantule et adulte de 123 espèces africaines ou pantropicales. Orstom, Cirad-Gerdat, Ensh. Montpellier, France.
-Bari, M.N. 1997. Major rice weeds in Bangladesh. Department of Agronomy. BSMR Agricultural University, Gazipur, Bangladesh.

Top of the page