Chloris barbata Sw. - POACEAE - Monocotyledon

Common name : swollen finger grass, purple top chloris.

Leaf sheath and ligule hairs - © Juliana PROSPERI - CIRAD 2005 - 2006 Ligule membrano-ciliate - © Juliana PROSPERI - CIRAD 2005 - 2006 Glabrous nodes - © Juliana PROSPERI - CIRAD 2005 - 2006 Flowers grouped in a digitate raceme - © Juliana PROSPERI - CIRAD 2005 - 2006 Base of the raceme - © Juliana PROSPERI - CIRAD 2005 - 2006 Spikelets - © Juliana PROSPERI - CIRAD 2005 - 2006 Young inflorescence - © Juliana PROSPERI - CIRAD 2005 - 2006 Young inflorescence - © Juliana PROSPERI - CIRAD 2005 - 2006 Base of the plant and propagation - © Juliana PROSPERI - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ ການແຜ່ກະຈາຍ

ດ້ານພຶກສາສາດ :

Description : ພືດບົກທີ່ມີອາຍຸໜຶ່ງປີ, ເປັນປະເພດຫຍ້າທີ່ມີລຳເປັນກະຈຸກ ເລືອ ຫລືຕັ້ງຊື່, ປົ່ງຮາກຕາມຂໍ້. ຮາກເປັນລະບົບຮາກຝອຍ ມີສີຂາວ ຫຼືສີນ້ຳຕານ. ລຳ ແປ , ມີຮູກາງ, ກ້ຽງ. ເປັນປະເພດພືດທີ່ບໍ່ມີຫູໃບ. ໃບປົ່ງວຽນສະຫລັບ, ບໍ່ປະກອບມີກ້ານໃບ ໃບມີຮູບເສັ້ນຍາວ ມີຂະໜາດໜ້ອຍກ່ວາ 2 ຊມ ຍາວ/ກ້ວາງ, ຂອບໃບກ້ຽງ ຫລືເປັນຄື້ນ, ປາຍໃບສ້ວຍ, ຖານໃບໂອບເອົາລຳ, ເສັ້ນກ່າງໃບຈັດຮຽງແບບຂະໜານ. ໃບປະກອບມີກາບໃບ, ເປັນຮູບມົນເມື່ອຜ່າຕັດຕາມລວງຂວາງ. ດອກຮ່ວມເພດ, ດອກໂຮມກັນເປັນກະຈຸກຢູ່ປາຍຂອງຊໍ່ດອກແບບຮູບຊໍ່ຮວງຕັ້ງ , ບໍ່ປະກອບມີກ້ານດອກ, ດອກ ສີຂຽວຫລື ສີນ້ຳຕານ, ບໍ່ສັງເກດມີກີບດອກ, ໝາກເປັນປະເພດໝາກແຫ້ງແຕກເປືອກແຂງ

ດ້ານຊີວະສາດ :

ແຜ່ພັນດ້ວຍເມັດ ແລະ ອະໄວຍະວະບຳລຸງລ້ຽງ

ການສືບພັນ :

ອອກດອກ ແລະ ອອກໝາກຕະຫລອດປີ

ດ້ານລະບົບນິເວດ :

ພົບເຫັນຢູ່ບ່ອນເປົ່າຫ່ວາງ ແລະ ບ່ອນທີ່ມີການປູກພືດໝູນວຽນ

ການແຜ່ກະຈາຍ :

ກະຈາຍຕາມອາເມລິກາໃຕ້ ແລະ ກາງ, ອາຟລິກາຕາວັນຕົກ ແລະ ທາງພາກເໜືອ, ອາຊີກາງ, ແຜ່ນດິນຂອງອິນເດຍ, ອາຊີຕາເວັນອອກສ່ຽງໃຕ້, ຈີນ, ຟີລິປິນ, ອິນໂດເນເຊຍ, ອົສເຕເລຍ ແລະ ໝູ່ເກາະປາຊີຟິກ

ເອກະສານອ້າງອິງ :
-Häfliger E., Scholz H. 1980. Grass Weeds 2. Documenta Ciba-Geigy. Switzerland.

Top of the page